ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເດັກນ້ອຍ​ເກີດ​ໃໝ່​ໃນ ຍີ່ປຸ່ນ ຫຼຸດ​ລົງ​ຕ່ຳ​ສຸດ​ເປັນ​ປະຫວັດສາດ


     ສຳນັກ​ຂ່າວ​ທ້ອງຖິ່ນລາຍ​ງານ​ຈາກ​ນະຄອນຫຼວງ ໂຕ​ກຽວ ປະເທດ ຍີ່ປຸ່ນ ເມື່ອ​ວັນ​ທີ 27 ກຸມພາ 2024 ຜ່ານ​ມາ​ນີ້​ວ່າ, ຈາກ​ຂໍ້​ມູນ​
ເບື້ອງ​ຕົ້ນລັດຖະບານ ຍີ່ປຸ່ນ ໄດ້​ລະບຸ​ວ່າ: ໃນ​ປີຜ່ານມາ ມີ​ເດັກນ້ອຍ​ເກີດ​ໃໝ່​ພາຍ​ໃນ​ປະເທດ ຈຳນວນ​ທັງ​ໝົດ 758.631 ຄົນ, ຖື​ເປັນ​ສະ
ຖິຕິ​ຕ່ຳ​ສຸດ​ໃນ​ປະຫວັດສາດ, ເຊິ່ງ​ສະເລ່ຍ​ຫຼຸດ​ລົງ 5,1% ເມື່ອ​ທຽບ​ກັບ​ສະຖິຕິ​ຂອງ​ປີກ່ອນ ແລະ ເປັນ​ການ​ຫຼຸດ​ລົງ​ຕິດຕໍ່​ກັນ 8 ປີ​ລຽນຕິດ.

     ໃນ​ຂະນະ​ທີ່​ປີຜ່ານມາ, ສະຖິຕິ​ການ​ເສຍ​ຊີວິດ​ຂອງ​ປະຊາກອນມີ​ຈຳນວນ 1.590.503 ຄົນ, ສ່ວນ​ສະຖິຕິ​ການ​ແຕ່ງງານ​ຕ່ຳ​ສຸດໃນ​ຮອບ
90 ປີ ພຽງ 489.281 ຄູ່, ຫຼຸດ​ລົງ 5,9% ເມື່ອ​ທຽບ​ກັບ​ສະຖິຕິ​ຂອງ​ປີ​ກ່ອນ​ນີ້. ທ່ານ ຟຸ​ມິ​ໂອະ ຄີ​ຊີ​ດະ ນາຍົກລັດຖະມົນຕີ ຍີ່ປຸ່ນ ກ່າວ​ວ່າ:
ສະພາບ​ການ​ດ້ານ​ປະຊາກອນ​ຂອງ​ປະເທດ ພວມ​ເປັນ​ວາລະ​ແຫ່ງ​ຊາດ ທີ່​ຕ້ອງ​ມີ​ການ​ແກ້​ໄຂ​ຢ່າງ​ມີ​ລະບົບ ແລະ ເລັ່ງ​ດ່ວນ​ທີ່​ສຸດ ເພື່ອ​ສະ
ໜັບສະໜູນ​ການ​ແຕ່ງງານ, ການ​ມີ​ລູກ ແລະ ການ​ລ້ຽງ​ດູ​ລູກ ເຊິ່ງ​ເປັນ​ການ​ເພີ່ມ​ຈຳນວນ​ປະຊາກອນ ໃຫ້​ສອດ​ຄອງ​ກັບ​ສະຖານະ​ການ​ທາງ​
ດ້ານເສດຖະກິດ ແລະ ສັງຄົມ. ປັດຈຸບັນ, ຍີ່ປຸ່ນເປັນ​ໜຶ່ງ​ໃນ​ປະເທດ​ທີ່​ມີ​ເສດຖະກິດ​ຂະຫນາດ​ໃຫຍ່ ທີ່​ພວມ​ຜະເຊີນ​ກັບ​ພາວະ​ມີ​ຜູ້​ສູງ​ອາ
ຍຸ​ຫຼາຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/03/2024